ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ແລະ ກຳປູເຈຍ ເພີ່ມ​ທະວີ​ການ​ຮ່ວມ​ມື​
ຮອບດ້ານ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ຕໍ່​ເສດຖະກິດ


  ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 21 ມີນາ ນີ້​ວ່າ: ທ່ານ ບຸ່ຍ​ແທັງ​ເຊີນ ລັດ​ຖະມົນຕີ​ການ​ຕ່າງ ປະເທດ​ຫວຽດນາມ ແລະ ທ່ານ ປຣາກ ໂຊ​ກອນ ຮອງ ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ ເທດ ແລະ ການ​ຮ່ວມ​ມື​ສາກົນ ກຳປູເຈຍ ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 20 ຂອງ​ຄະນະ​ກຳມະ ການ​ປະ ສົມ ຫວຽດນາມ-ກຳປູເຈຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ. ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນຂອງ​ລັດຖະມົນຕີ​ການ​ຕ່າງປະເທດ ຫວຽດນາມ, ທ່ານ​ ປຣາກ ໂຊ​ກອນ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະເທດ ແລະ ການ​ຮ່ວມ​ມື​ສາກົນ ກຳປູເຈຍ ໄດ້​ມາ​ຢ້ຽມຢາມ ຫວຽດນາມ  ຢ່າງ​ເປັນ​ທາງ​ການ ແລະ ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 20 ຂອງ​ຄະນະ​ກຳມະການ​ປະສົມ ຫວຽດ ນາມ-ກຳປູເຈຍ ແລະ ຮ່ວມ​ມື​ເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ​ແຕ່​ວັນ​ທີ 21-22 ມີນາ.  ດັ່ງນັ້ນ, ​ທັງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບຕໍ່​ຮັກສາ​ການ​ແລກປ່ຽນ, ທາບ​ທາມ​ຄວາມ​ເຫັນ​ຂັ້ນ​ສູງ ແລະ ບັນດາ​ກົນ​ໄກ​ສອງ​ຝ່າຍ; ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ຊຸກຍູ້​ແຮງ​ການ​ເຊື່ອມ​ຕໍ່​ລະຫວ່າງ 2 ພື້ນຖານ​ເສດຖະກິດ, ສືບຕໍ່​ ເສີມ​ຂະຫຍາຍ​ທ່າ​ເຕີບ​ໂຕ​ການ​ຄ້າ, ການ​ລົງທຶນ​ສອງ​ຝ່າຍ. ນອກ​ນັ້ນ​, ສອງ​ຝ່າຍ​ກໍ່​ຍັງ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງເຂດ ​ເຊື່ອມ ​ຕໍ່​ຄົມມະນາຄົມ, ການທ່ອງທ່ຽວ, ກະສິກຳ-ປ່າໄມ້-ການ​ປະມົງ, ໂທລະ​ຄົມມະນາຄົມ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ແຮງ​ງານ, ຊັບພະຍາກອນທຳ​ມະ ​ ຊາດ ແລະ ສິ່ງແວດລ້ອມ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ​ອີກ.  ການ​ພົບ​ປະ​ເຈລະຈາ, ທ່ານ ບຸ່ຍ​ແທັງ​ເຊີນ ລັດຖະມົນຕີ​ການ​ຕ່າງປະເທດ​ຫວຽດນາມ ແລະ ທ່ານ​ຮອງ ​ ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະເທດ ແລະ ຮ່ວມ​ມື​ສາກົນ ກຳປູເຈຍ ເຫັນ​ດີ​ເປັນ​ເອກະ​ພາບ ຊຸກຍູ້​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ.  ກ່ຽວ ​ກັບ​ບັນຫາ​ທະເລ​ຕາເວັນ​ອອກ,  ສອງ​ຝ່າຍ ​ເຫັນ​ດີ​ເປັນ​ເອກະ​ພາບ ຢືນຢັນ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບ, ສະຖຽນ​ລະ​ພາບ​ຢູ່​ ພາກພື້ນ, ຮັບປະກັນ​ຄວາມ​ເສລີ ແລະ ຄວາມ​ປອດ​ໄພ​ການ​ເດີນ​ເຮືອ, ການບິນ, ແກ້​ໄຂ​ບັນດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ ​ສາກົນ ແລະ ສົນທິສັນຍາ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະເລ​ ປີ 1982 (UNCLOS 1982), ປະຕິບັດ​ຖະແຫຼງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ ​ຢູ່​ທະເລ​ຕາເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ, ສູ້​ຊົນ​ບັນລຸ​ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະເລ​ຕາເວັນ​ອອກ (COC) ຢ່າງ​ມີ​ປະ​ສິດທິ​ຜົນ, ແທດ​ຈິງ ແລະ ສອດ ຄ່ອງ​ກັບ​ກົດໝາຍ​ສາກົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/03/2023